
ສປປ ລາວ ເປັນປະເທດໜຶ່ງ ທີ່ມີຄວາມບອບບາງສູງ ຕໍ່ການປ່ຽນແປງດິນຟ້າອາກາດ ເປັນຕົ້ນ: ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ຊຶ່ງມີສາເຫດມາຈາກການປ່ອຍທາດອາຍເຮືອນແກ້ວຂຶ້ນສູ່ຊັ້ນບັນຍາກາດ ເຮັດໃຫ້ອຸນຫະພູມສະເລ່ຍເພີ່ມສູງຂຶ້ນໃນໄລຍະຜ່ານມາ. ການປ່ຽນແປງສະພາບພູມອາກາດທີ່ມີຄວາມຮຸນແຮງ ແລະ ຖີ່ຂຶ້ນ ເປັນສິ່ງທ້າທາຍ ແລະ ສົ່ງຜົນກະທົບ ຕໍ່ກັບສຸຂະພາບ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ລວມທັງ ການພັດທະນາເສດຖະກິດ-ສັງຄົມ. ຖ້າບໍ່ມີມາດຕະການປັບຕົວທີ່ເໝາະສົມ ຄາດວ່າ ໃນແຕ່ລະປີ ປະຊາກອນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຈະເພີ່ມຂຶ້ນເປັນສອງເທົ່າ ປະມານ 80,000 ຄົນ ໃນຊຸມປີ 2030. ການສ້າງແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ຈຶ່ງມີຄວາມຈໍາເປັນ ແລະ ສໍາຄັນ ຕໍ່ ສປປ ລາວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານການປັບຕົວ ເພື່ອຫຼຸດຜ່ອນຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ. ແຜນງານສະບັບນີ້ ໄດ້ກໍານົດບັນດາມາດຕະການປັບຕົວຕ່າງໆທີ່ກວມເອົາທັງ ໄລຍະກາງ ແລະ ໄລຍະຍາວ ຊຶ່ງແຜນງານດັ່ງກ່າວສາມາດປັບປຸງ ແລະ ພັດທະນາເພີ່ມເຕີມໄດ້ ເປັນແຕ່ລະໄລຍະ ໂດຍອີງຕາມຈຸດພິເສດ ແລະ ເງື່ຶອນໄຂຂອງປະເທດ.
ລາຍລະອຽດ

ການປະເມີນຄວມສ່ຽງຄວາມບອບບາງ ຈາກການປ່ຽນແປງດິນຟ້າອາກາດ ແມ່ນມີຄວາມຈຳເປັນ ແລະ ສຳຄັນຫຼາຍ ເພາະຜົນຂອງການປະເມີນທີ່ຈະແຈ້ງ ແລະ ຊັດເຈນ ຈະຊ່ວຍເຮັດໃຫ້ວຽກງານວາງແຜນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ມີຄວາມລະອຽດ, ສອດຄ່ອງ ແລະ ເໝາະສົມ ຍິ່ງຂຶ້ນ ເພື່ອເສີມສ້າງຄວາມທົນທານ ແລະ ຫຼຸດຜ່ອນຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ ແລະ ທັງຈະເປັນຂໍ້ມູນພື້ນຖານສຳຄັນ ໃຫ້ແກ່ຂະແໜງ ການ ແລະ ທ້ອງຖິ່ນ ເພື່ອນຳໃຊ້ເຂົ້າໃນການວາງແຜນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໃນອານາຄົດ, ຊຶ່ງການປະເມີນດັ່ງກ່າວນີ້ ກໍ່ເປັນເຄື່ອງມື ແລະ ຂໍ້ມູນອ້າງອີງອັນໜຶ່ງ ໃນການວາງແຜນນະໂຍບາຍ ກໍ່ຄື ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນຕໍ່ໜ້າ ໂດຍການຄຳນຶງເຖິງບັນຫາຄວາມສ່ຽງ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ.
ລາຍລະອຽດ