ວັດຖຸປະສົງ
ຈຸດປະສົງຕົ້ນຕໍ ຂອງແຜນງານແຫ່ງຊາດການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ນີ້ ແມ່ນເພື່ອ:
-
ຫຼູດຜ່ອນຄວາມສ່ຽງ ແລະ ຄວາມບອບບາງ ຈາກການປ່ຽນແປງດິນຟ້າອາກາດ ໂດຍການສ້າງຄວາມສາມາດໃນການປັບຕົວ ແລະ ສ້າງຄວາມທົນທານ ຕໍ່ການປ່ຽນແປງດິນຟ້າອາກາດ;
-
ເຊື່ອມສານເອົາ ວຽກງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ເຂົ້າໃນບັນດານະໂຍບາຍ,
ແຜນງານ ແລະ ກິດຈະກໍາທີ່ກ່ຽວຂ້ອງທີ່ມີຢູ່ແລ້ວ ຫຼື ກຳລັງດຳເນີນການສ້າງໃໝ່ ເພື່ອໃຫ້ມີຄວາມສອດຄ່ອງ ກັບບັນດາຍຸດທະສາດ ແລະ ແຜນດຳເນີນງານ ຂອງຂະແໜງການກ່ຽວຂ້ອງ;
-
ບັນລຸຄາດໝາຍສູ້ຊົນ ດ້ານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ຮອດປີ 2035 ຕາມທິດສີຂຽວ ແລະ ຍືນຍົງ.
ແຜນງານດັ່ງກ່າວ ໄດ້ກຳນົດບັນດາຄາດໝາຍ, ຈຸດປະສົງ ແລະ ມາດຕະການປັບຕົວ ທັງໄລຍະກາງ ແລະ ໄລຍະຍາວ ໃນ 9 ຂົງເຂດບຸລິມະສິດ ຄື: ກະສິກໍາ; ປ່າໄມ້ ແລະ ການປ່ຽນແປງການນໍາໃຊ້ທີ່ດິນ; ໂຍທາທິການ ແລະ ການພັດທະນາ
ຕົວເມືອງ; ພະລັງງານ; ຊັບພະຍາກອນນໍ້າ; ສາທາລະນະສຸກ; ສຶກສາທິການ; ທ່ອງທ່ຽວ; ແລະ ແຮງງານ ແລະ ສະຫວັດດີການສັງຄົມ ໂດຍມີຄວາມສອດຄ່ອງກັບວິໄສທັດ ແລະ ແຜນພັດທະນາ ຂອງບັນດາຂົງເຂດບຸລິມະສິດ ແລະ ຄາດວ່າຈະເປັນການຊຸກຍູ້ສົ່ງເສີມການພັດທະນາຊັບພະຍາກອນມະນຸດ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ຢ່າງມີປະສິດທິພາບ, ປົກປັກຮັກສາຊີວະນານາພັນ, ການບໍລິການດ້ານລະບົບນິເວດ, ສົ່ງເສີມການສ້າງຄວາມທົນທານ ແລະ ການພັດທະນາເສດຖະກິດທີ່ປ່ອຍທາດອາຍເຮືອນແກ້ວຕໍ່າ.