ວິໄສທັດ

ສປປ ລາວ ເປັນປະເທດໜຶ່ງ ທີ່ມີຄວາມບອບບາງສູງ ຕໍ່ການປ່ຽນແປງດິນຟ້າອາກາດ ເປັນຕົ້ນ: ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ຊຶ່ງມີສາເຫດມາຈາກການປ່ອຍທາດອາຍເຮືອນແກ້ວຂຶ້ນສູ່ຊັ້ນບັນຍາກາດ ເຮັດໃຫ້ອຸນຫະພູມສະເລ່ຍເພີ່ມສູງຂຶ້ນໃນໄລຍະຜ່ານມາ. ການປ່ຽນແປງສະພາບພູມອາກາດທີ່ມີຄວາມຮຸນແຮງ ແລະ ຖີ່ຂຶ້ນ ເປັນສິ່ງທ້າທາຍ ແລະ ສົ່ງຜົນກະທົບ ຕໍ່ກັບສຸຂະພາບ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ລວມທັງ ການພັດທະນາເສດຖະກິດ-ສັງຄົມ. ຖ້າບໍ່ມີມາດຕະການປັບຕົວທີ່ເໝາະສົມ ຄາດວ່າ ໃນແຕ່ລະປີ ປະຊາກອນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຈະເພີ່ມຂຶ້ນເປັນສອງເທົ່າ ປະມານ 80,000 ຄົນ ໃນຊຸມປີ 2030. ການສ້າງແຜນງານແຫ່ງຊາດ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ຈຶ່ງມີຄວາມຈໍາເປັນ ແລະ ສໍາຄັນ ຕໍ່ ສປປ ລາວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານການປັບຕົວ ເພື່ອຫຼຸດຜ່ອນຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ. ແຜນງານສະບັບນີ້ ໄດ້ກໍານົດບັນດາມາດຕະການປັບຕົວຕ່າງໆທີ່ກວມເອົາທັງ ໄລຍະກາງ ແລະ ໄລຍະຍາວ ຊຶ່ງແຜນງານດັ່ງກ່າວສາມາດປັບປຸງ ແລະ ພັດທະນາເພີ່ມເຕີມໄດ້ ເປັນແຕ່ລະໄລຍະ ໂດຍອີງຕາມຈຸດພິເສດ ແລະ ເງື່ຶອນໄຂຂອງປະເທດ.