ການເຊື່ອມສານ ບົດບາດຍິງຊາຍ ແລະ ການມີສ່ວນຮ່ວມຂອງສັງຄົມ ເຂົ້າໃນຂະບວນການ NAP ເພື່ອຮັບປະກັນ ການປັບຕົວ ທີ່ສະເຫມີພາບ ແລະ ບໍ່ປະຖິ້ມໃຜໄວ້ຂ້າງຫຼັງ.

ແມ່ຍິງ, ເດັກນ້ອຍ, ຄົນພິການ, ຜູ້ສູງອາຍຸ, ກຸ່ມຄົນດ້ອຍໂອກາດ, ກຸ່ມຊົນເຜົ່າ ແລະ ກຸ່ມຄົນທີ່ຖືກຈໍາແນກ ຍ້ອນອິງໃສ່ເພດ ຂອງເຂົາເຈົ້າ ຫຼື ປັດໃຈອື່ນໆ ແມ່ນມີຄວາມສ່ຽງ ຕໍ່ຜົນກະທົບ ຈາກການປ່ຽນແປງ ຂອງດິນຟ້າອາກາດ. ການປ່ຽນແປງ ຂອງດິນຟ້າອາກາດ ສາມາດເຮັດໃຫ້ ຄວາມບໍ່ສະເຫມີພາບ ລະຫວ່າງຜູ້ຊາຍ ແລະ ແມ່ຍິງ ຮ້າຍແຮງຂຶ້ນ, ເຊັ່ນດຽວກັນກັບກຸ່ມຄົນ ທີ່ມີຄວາມສ່ຽງ. ແມ່ຍິງ ແລະ ກຸ່ມຄົນຕ່າງໆ ທີ່ມີຄວາມສ່ຽງ ແມ່ນມີຄວາມສາມາດ ໃນການປັບຕົວ ແຕກຕ່າງກັນ ແລະ ມັກຈະມີໂອກາດ ແລະ ເວລາ ໃນການປັບຕົວ ໜ້ອຍກວ່າ1.
ບົດບາດຍິງຊາຍ ແລະ ການມີສ່ວນຮ່ວມຂອງສັງຄົມ ແລະ ການປັບຕົວ ແມ່ນມີການພົວພັນກັນ ຢ່າງສະໜິດແໜ້ນ ແລະ ສົ່ງຜົນກະທົບ ຕໍ່ກັນແລະກັນ ເຊັ່ນ: ແມ່ຍິງ ແລະ ກຸ່ມທີ່ປະເຊີນກັບການຈໍາແນກ ແມ່ນມີຄວາມສ່ຽງ ຕໍ່ການປ່ຽນແປງດິນຟ້າອາກາດ ສະເພາະ. ບັນຫານີ້ ແມ່ນຖືກຮັບຮູ້ ຢ່າງກວ້າງຂວາງ, ເຊັ່ນ: ໂດຍ IPCC, ແລະ ໃນເອກະສານ NAP ທີ່ມີໃນທົ່ວໂລກ. ແມ່ຍິງ ມີບົດບາດ ໃນການຄ້ຳປະກັນ ສະບຽງອາຫານ ແລະ ໂພຊະນາການ ໃຫ້ແກ່ຄອບຄົວ ຂອງເຂົາເຈົ້າ2. ແມ່ຍິງ ມີຄວາມສ່ຽງ ຫຼາຍກວ່າຜູ້ຊາຍ ໃນການປັບຕົວ ຕໍ່ການປ່ຽນແປງດິນຟ້າອາກາດ ເຊິ່ງແມ່ຍິງ ຕ້ອງໄດ້ເຮັດວຽກເພີ່ມ ແລະ ໜັກຂຶ້ນ ເພື່ອຊອກຫາແຫຼ່ງອາຫານ ແລະ ໂພຊະນາການ ໃຫ້ແກ່ຄອບຄົວ ຂອງຕົນ. ເມື່ອເກີດໄພພິບັດ ຈາກສະພາບອາກາດ ທີ່ຮຸນແຮງ, ແມ່ຍິງ ແລະ ເດັກນ້ອຍ ແມ່ນມີແນວໂນ້ມ ທີ່ຈະເສຍຊີວິດ ຫຼາຍກວ່າຜູ້ຊາຍ ເຖິງ 14 ເທົ່າ3.
ແຜນວາດ
ແຜນວາດ